ຜົນສຳເລັດກອງປະຊຸມໃຫ່ຍຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX.
ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ 9 ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 28 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນທັງໝົດ 389 ສະຫາຍ, ຍິງ 87 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກກຳມະບານທົ່ວປະເທດ 211.092 ສະຫາຍ, ຍິງ 99. 531 ສະຫາຍ ຈາກທຸກຂົງເຂດວຽກງານໃນຂອບເຂດທົ່ວປະເທດ.
ສະຫາຍ ເລັດ ໄຊຍະພອນ ມີຄຳເຫັນປິດກອງປະຊຸມໃຫຍ່ວ່າ: ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ 9 ໄດ້ດຳເນີນມາເປັນເວລາ 1 ວັນເຄິ່ງ ດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາກາດທີ່ຟົດຟື້ນ, ບັນດາຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຄື: ບົດລາຍງານການເມືອງ ແລະ ທິດທາງແຜນການ 5 ປີຕໍ່ໜ້າ 2026 ຫາ 2030; ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ 4 ແລະ ແຜນພັດທະນາວຽກງານກໍາມະບານລາວ 5 ປີ ຄັ້ງທີ 5, ຮັບຮອງເອົາການປັບປຸງກົດລະບຽບສະຫະພັນກຳມະບານລາວ ສະໄໝທີ 9; ຮັບຮອງເອົາເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ; ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ 8, ຮັບຮອງເອົາຮ່າງມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວທົ່ວປະເທດ ຄັ້ງທີ 9 .
ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ 9, ມີຜູ້ສະໝັກ 66 ສະຫາຍ, ເລືອກເອົາ 61 ສະຫາຍ, ຍິງ 20 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາສະຫາຍ ເລັດ ໄຊຍະພອນ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ເລືອກເອົາສະຫາຍ ພອນສານ ວິໄລເມັ້ງ, ສະຫາຍ ວິໄລ ວົງຂະເສີມ ແລະ ສະຫາຍ ທອງຈັນ ພູມີພັນ ເປັນຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ເລືອກເອົາສະຫາຍ ວິໄລ ວົງຂະເສີມ ເປັນປະທານກວດກາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ເລືອກເອົາສະຫາຍ ນາງ ສາຍປານີ ສົມສະນິດ ແລະ ສະຫາຍນາງ ເກດມະນີ ຈຸນລະມະນີ ເປັນຮອງປະທານກວດກາ. ຕອນທ້າຍກອງປະຊຸມໃຫຍ່ຍັງໄດ້ຮັບກຽດຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເພື່ອເປັນເຂັມທິດຊີ້ນໍາການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານກຳມະບານລາວໃນຂອບເຂດທົ່ວປະເທດໃຫ້ພັດທະນາ ເຕີບໃຫ່ຍຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ສະໄໝທີ IX
ຖ້າທ່ານຕ້ອງການຂໍ້ມູນເພີ່ມຕື່ມກ່ຽວກັບ ແຮງງານ ແລະ ວຽກງານກຳມະບານ ຂໍໃຫ້ທ່ານເຂົ້າມາຫາຫ້ອງການກໍາມະບານສູນກາງ, ແຂວງ ແລະ ເມືອງ ທີ່ທ່ານມີຄວາມສະດວກ ຫລື ສາມາດໂທເຂົ້າເບີໂທສາຍດ່ວນຂອງສູນກາງສະຫະພັນກຳມະບານລາວ (ໂທເຂົ້າບໍ່ໄດ້ເສຍເງິນ) ແລະ ອີກຊ່ອງທາງໜື່ງ ພວກເຮົາຍັງມີ ຕູ້ເກັບກຳຫາງສຽງ ເພື່ອໄວ້ຕິດຕາມ, ກວດກາເກັບກຳຂໍ້ມູນຫາງສຽງ ຄຳຮ້ອງ-ຄຳສະເໜີ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານຢູ່ຕາມແຕ່ລະຈຸດອີກດ້ວຍ.
ເບີໂທສາຍດ່ວນ 1512
ໂທຟຮີ ໃນວັນຈັນ-ສຸກ ເວລາ 8:30 ຫາ 16:00 ໂມງ
ໃຫ້ຄຳປຶກສາແກ່ສະມາຊິກ ກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ຢູ່ທຸກແຫ່ງທົ່ວປະເທດ.
ຕູ້ເກັບກຳຫາງສຽງ
ຕູ້ດັ່ງກ່າວແມ່ນໄດ້ຕິດຕັ້ງຢູ່ພາຍໃນນະຄອນຫຼວງວຽງຈັນ ມີ 3 ຈຸດຄື:
-ຈຸດທີ 1 ຕັ້ງຢູ່ເສັ້ນທາງ 450 ປີ ຕໍ່ໜ້າສຳນັກງານສູນກາງສະຫະພັນກຳມະບານລາວ.
-ຈຸດທີ 2 ຕັ້ງຢູ່ສວນປະຕູໄຊ ຕໍ່ໜ້າກະຊວງກະສິກຳ ແລະ ປ່າໄມ້.
-ຈຸດທີ 3 ຕັ້ງຢູ່ສວນເຈົ້າຟ້າງຸ່ມ ຕໍ່ໜ້າພະແນກສຶກສານະຄອນຫຼວງວຽງຈັນ.
-ຈຸດທີ 2 ຕັ້ງຢູ່ສວນປະຕູໄຊ ຕໍ່ໜ້າກະຊວງກະສິກຳ ແລະ ປ່າໄມ້.
-ຈຸດທີ 3 ຕັ້ງຢູ່ສວນເຈົ້າຟ້າງຸ່ມ ຕໍ່ໜ້າພະແນກສຶກສານະຄອນຫຼວງວຽງຈັນ.
ຕິດຕໍ່ພວກເຮົາ
ສຳນັກງານສູນກາງສະຫະພັນກຳມະບານລາວ
ໂທ : 021 713208
ແຟັກ : 021 713208
ອີເມລ : lftu@windowslive.com
ບ້ານ: ນາແຄ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ຖະໜົນ : 450 ປີ
ອີເມລ : lftu@windowslive.com
ບ້ານ: ນາແຄ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ຖະໜົນ : 450 ປີ















Users Today : 11
Users Yesterday : 12
Users This Month : 214
Users This Year : 2574
Total Users : 8827
Who's Online : 0



