ຂ່າວສານ
  • ກໍາມະບານ​ລາວ​ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງ ທີ່ກ້ວາງຂວາງໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນທີ່ມີພັກປະຊາຊົນປະຕິວັດລາວ
  • ເປັນແກນນໍາ​ເປັນຕົວແທນໃນການປົກປ້ອງສິດ ແລະ​ ຜົນປະໂຫຍດອັນຊອບທໍາ ຂອງ​ ສະມາຊິກກໍາມະບານ,​ ກໍາມະກອນ ແລະ​ ຊາວຜູ້ອອກແຮງງານ
  • ຫຼື​ ເອີ້ນໃຫ້ເຂົ້າໃຈງ່າຍໆ ແມ່ນອົງການຕາງໜ້າ​ ຂອງ ຜູ້ອອກແຮງງານ

ກົມກວດກາ

      ເພື່ອຕິດຕາມ, ກວດກາເກັບກຳຂໍ້ມູນຫາງສຽງ ຄຳຮ້ອງ-ຄຳສະເໜີ ຂອງສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານ ພາຍໃນນະຄອນຫຼວງວຽງຈັນ ໃນວັນທີ 4 ສິງຫາ 2021 ກົມກວດກາ ຂອງສູນກາງສະຫະພັນກຳມະບານລາວ ໄດ້ເປີດພິທີນໍາໃຊ້ຕູ້ເກັບຂໍ້ມູນຫາງສຽງ ຄຳຮ້ອງ-ຄຳສະເໜີ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຂຶ້ນຢ່າງເປັນທາງການກ່າວເປີດພິທີໂດຍທາງ ທອງພີມ ວົງລະພາ ກຳມະການຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຮອງຫົວໜ້າກົມກວດກາ, ເຂົ້າຮ່ວມມີຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນພັດທະນາກຳມະບານລາວ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພ້ອມດ້ວຍສື່ມວນຊົນພາກສ່ວນຕ່າງ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ສະຫະພັນກຳມະບານລາວ ເປັນອົງການຈັດຕັ້ງມະຫາຊົນທີ່ກວ້າງຂວາງ, ເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳ ມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຍາມໃດກໍເປັນຫວ່ງເປັນໃຍຕໍ່ຊີວິດການເປັນຢູ່ຂອງສະ ມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃນຂອບເຂດພາລະບົດບາດ, ໜ້າທີ່ ແລະ ສິດຂອງສູນກາງສະຫະພັນກຳມະບານລາວ ຕາມກົດໝາຍວ່າດ້ວຍກຳມະບານລາວ ທີ່ໄດ້ກຳນົດໄວ້ຈື່ງໄດ້ສ້າງຕູ້ເກັບກຳຂໍ້ມູນຫາງສຽງ ຄຳຮ້ອງ-ຄຳສະເໜີເພື່ອເປັນຊ່ອງທາງໜຶ່ງໃຫ້ແກ່ສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານ, ໄດ້ມີຂໍ້ສະເໜີຂໍຄວາມເປັນທຳ ແລະ ປຶກສາຫາລືກ່ຽວກັບວຽກງານກຳມະບານ ແລະ ບັນຫາອື່ນໆ ຕູ້ດັ່ງກ່າວແມ່ນໄດ້ຕິດຕັ້ງຢູ່ພາຍໃນນະຄອນຫຼວງວຽງຈັງ ມີ 3 ຈຸດຄື: ຈຸດທີ 1 ຕັ້ງຢູ່ເສັ້ນທາງ 450 ປີ, ຕໍ່ໜ້າສຳນັກງານສູນກາງສະຫະພັນກຳມະບານລາວ, ຈຸດທີ 2 ຕັ້ງຢູ່ສວນປະຕູໄຊ ຕໍ່ໜ້າກະຊວງກະສິກຳ ແລະ ປ່າໄມ້, ຈຸດທີ 3 ຕັ້ງຢູ່ສວນເຈົ້າຟ້າງຸ່ມ ຕໍ່ໜ້າພະແນກສຶກສານະຄອນຫຼວງວຽງຈັນ.

  

ຈຸດທີ1: ສກລ
ຈຸດທີ່2: ປະຕູໄຊ
ຈຸດທີ່3: ສວນເຈົ້າຟ້າງຸ່ມ

 

   ຈຸດປະສົງ, ຄາດໝາຍ ແລະ ວິທີການຈັດຕັ້ງປະຕິບັດການຕິດຕັ້ງຕູ້ໃນຄັ້ງນີ້: ທ່ານ ທອງພີມ ວົງລະພາ. ໄດ້ກ່າວວ່າ:……………………………………………………………………………………

                                                        (ຄິບສຽງ)

  ພ້ອມກັນນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນ ປະກອບຄຳຄິດຄໍາເຫັນ ແລະ ພ້ອມກັນປຶກສາຫາລື ຢ່າງກົງໄປກົງມາກ່ຽວກັບການຄົ້ນກວ້າກຽ່ວການຕິດຕາມ, ກວດກາເກັບກຳຂໍ້ມູນຕົວຈິງ ເພື່ອສັງລວມເນື້ອໃນລະອຽດຈະແຈ້ງ, ເພື່ອຊອກຫາວິທີແກ້ໄຂ ຫຼື ນຳສະເໜີພາກສ່ວນທີ່ກ່ຽວຂ້ອງໃຫ້ທ່ວງທັນກັບເວລາອັນເໝາະສົມ.

ພິທີເປີດນຳໃຊ້ຕູ້ເກັບກຳຂໍ້ມູນຫາງສຽງ ຄຳຮ້ອງ-ຄຳສະເໜີ

Copyright@2021. All Rights Reserved. ພັດທະນາໂດຍໜ່ວຍງານໄອທີ, ສູນກາງສະຫະພັນກຳມະບານລາວ.