ຂ່າວສານ
  • ກໍາມະບານ​ລາວ​ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງ ທີ່ກ້ວາງຂວາງໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນທີ່ມີພັກປະຊາຊົນປະຕິວັດລາວ
  • ເປັນແກນນໍາ​ເປັນຕົວແທນໃນການປົກປ້ອງສິດ ແລະ​ ຜົນປະໂຫຍດອັນຊອບທໍາ ຂອງ​ ສະມາຊິກກໍາມະບານ,​ ກໍາມະກອນ ແລະ​ ຊາວຜູ້ອອກແຮງງານ
  • ຫຼື​ ເອີ້ນໃຫ້ເຂົ້າໃຈງ່າຍໆ ແມ່ນອົງການຕາງໜ້າ​ ຂອງ ຜູ້ອອກແຮງງານ

ໜ້າຫຼັກ

ເວັບໄຊກຳມະບານລາວ (www.lftu.gov.la) ແມ່ນເປັນເວັບໄຊໜື່ງທີ່ເປັນຂອງພາກລັດ (ບໍ່ໄດ້ສະແຫວງຜົນກຳໄລ) ສ້າງຂື້ນມາເພື່ອເຜີຍແຜ່ຂໍ້ມູນຂ່າວສານ ແນວທາງນະໂຍບາຍ, ກົດໝາຍ, ນິຕິກຳ ແລະ ລະບຽບການຕ່າງໆຂອງ ພັກ-ລັດ ກໍຄືຂອງກຳມະບານ ໃຫ້ ສະມາຊິກ​ກຳມະບານ, ພະນັກງານ-ລັດຖະກອນ, ກຳມະກອນ ​ແລະ ຜູ້​ອອກ​ແຮງ​ງານ ໄດ້ຮັບຮູ້ ແລະ ເຂົ້າເຖີງຂໍ້ມູນຂ່າວສານຢ່າງວ່ອງໄວ ແລະ ຖືກຕ້ອງ.​ 

ການເຄື່ອນໄຫວວຽກງານພາຍໃນ

ສູນກາງສະຫະພັນກຳມະບານລາວ ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ ( 9 ກັນຍາ 2002 – 9 ກັນຍາ 2022 )

ທ່ານສາມາດເຂົ້າຊົມວິດີໂອເພີ່ມຕື່ມ:

ພວກເຮົາຊ່ວຍທ່ານໄດ້!....

     ຖ້າທ່ານຕ້ອງການຂໍ້ມູນເພີ່ມຕື່ມກ່ຽວກັບ ແຮງງານ ແລະ ວຽກງານກຳມະບານ ຂໍໃຫ້ທ່ານເຂົ້າມາຫາຫ້ອງການກາມະບານສູນກາງ, ແຂວງ ແລະ ເມືອງ ທີ່ທ່ານມີຄວາມສະດວກ ຫລື ສາມາດໂທເຂົ້າເບີໂທສາຍດ່ວນຂອງສູນກາງສະຫະພັນກຳມະບານລາວ (ໂທເຂົ້າບໍ່ໄດເສຍເງິນ). ແລະ ອີກຊ່ອງທາງໜື່ງ ພວກເຮົາຍັງມີຕູ້ເກັບກຳຫາງສຽງ  ເພື່ອໄວ້ຕິດຕາມ, ກວດກາເກັບກຳຂໍ້ມູນຫາງສຽງ ຄຳຮ້ອງ-ຄຳສະເໜີ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຢູ່ຕາມແຕ່ລະຈຸດອີກດ້ວຍ.

ເບີໂທສາຍດ່ວນ 1512

ໂທຟຮີ ໃນວັນຈັນ-ສຸກ ເວລາ 8:30 ຫາ 16:00 ໂມງ

ໃຫ້ຄຳປຶກສາແກ່ສະມາຊິກ ກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ຢູ່ທຸກແຫ່ງທົ່ວປະເທດ.
ຕູ້ເກັບກຳຫາງສຽງ

ຕູ້ດັ່ງກ່າວແມ່ນໄດ້ຕິດຕັ້ງຢູ່ພາຍໃນນະຄອນຫຼວງວຽງຈັນ ມີ 3 ຈຸດຄື:

ຈຸດທີ 1 ຕັ້ງຢູ່ເສັ້ນທາງ 450 ປີ ຕໍ່ໜ້າສຳນັກງານສູນ
ກາງສະຫະພັນກຳມະບານລາວ, ຈຸດທີ 2 ຕັ້ງຢູ່ສວນປະຕູໄຊ ຕໍ່ໜ້າກະຊວງກະສິກຳ ແລະ ປ່າໄມ້, ຈຸດທີ 3 ຕັ້ງຢູ່ສວນເຈົ້າຟ້າງຸ່ມ ຕໍ່ໜ້າພະແນກສຶກສານະຄອນ
ຫຼວງວຽງຈັນ.
ຕິດຕໍ່ພວກເຮົາ

ສຳນັກງານສູນກາງສະຫະພັນກຳມະບານລາວ

ໂທ : 021 713208 ແຟັກ : 021 713208 ອີເມລ : lftu@windowslive.com ບ້ານ: ນາແຄ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ຖະໜົນ : 450 ປີ

Copyright@2021. All Rights Reserved. ພັດທະນາໂດຍໜ່ວຍງານໄອທີ, ສູນກາງສະຫະພັນກຳມະບານລາວ.