ຂ່າວສານ
  • ກໍາມະບານ​ລາວ​ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງ ທີ່ກ້ວາງຂວາງໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນທີ່ມີພັກປະຊາຊົນປະຕິວັດລາວ
  • ເປັນແກນນໍາ​ເປັນຕົວແທນໃນການປົກປ້ອງສິດ ແລະ​ ຜົນປະໂຫຍດອັນຊອບທໍາ ຂອງ​ ສະມາຊິກກໍາມະບານ,​ ກໍາມະກອນ ແລະ​ ຊາວຜູ້ອອກແຮງງານ
  • ຫຼື​ ເອີ້ນໃຫ້ເຂົ້າໃຈງ່າຍໆ ແມ່ນອົງການຕາງໜ້າ​ ຂອງ ຜູ້ອອກແຮງງານ

ໂດຍສັງເຂບ

ປະຫວັດຄວາມເປັນມາ

       ຫ້ອງການສະຫະພັນກຳ​ມະ​ບານ​ລາວ​ແມ່ນ​ອົງການ​ຈັດ​ຕັ້ງ​ມະຫາຊົນໜຶ່ງທີ່​ກວ້າ​ງຂວາງໃນ​ລະບົບ​ການເມືອງ ຂອງ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ ທີ່​ມີ​ພັກ​ປະ​ຊາ​ຊົນລາວ ປະຕິວັດ ​ເປັນ​ແກນ​ນຳ.​ເປັນ​ອົງການ​ສຶບ​ທອດ ພາລະ​ກຳ ປະຫວັດສາດ ​ແລ​ະ ມູນ​ເຊື້ອຂອງ​ຊົນ​ຊັ້ນ​ກໍາມະກອນ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ລາວ ບັນ​ດາ​ເຜົ່າ​ໃນ​ພາລະກິດ​ປະຕິວັດ​ຊາດ ປະຊາທິປະ​ໄຕ ກໍ່​ຄື​ການ​ປະຕິບັດ ສອງໜ້າທີ່​ຍຸດ​ທະ​ສາດ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່,​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນ ​ໃນ​ວັນ​ທີ 1 ກຸມພາ ປີ 1956, ດຳ​ເນີນ​ການ​ເຄື່ອນ​ໄຫວຕາມ​ລັດຖະທຳ​ມະນູນ, ກົດໝາຍ​ແຫ່ງ ສ ປປ ລາວ ​ແລະ ກົດໝາຍວ່າ​ດ້ວຍ​ກຳມະ​ບານ.

 
 

    ພິທີມອບ-ຮັບ ແລະ ໄຂນຳໃຊ້ສຳນັກງານສູນກາງສະຫະພັນກຳມະບານລາວຫຼັງໃໝ່ ເຊິ່ງເປັນໂຄງການແລກປ່ຽນ ລະຫວ່າງສູນກາງສະຫະພັນກຳມະບານລາວ ກັບ ບໍລິສັດຣາມາຢານາບູຕິກ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 30 ມັງກອນ 2015ທີ່ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ.ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກີລາ ທ່ານ ຄຳຫຼ້າ ລໍລອນສີ ປະທານສູນກາງສະຫະພັນກຳມະບານລາວ ມີຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ລັດຖະມົນຕີວ່າການ ຊ່ອຍວ່າການ ຈາກກະຊວງອ້ອມຂ້າງ ບັນດາພະນັກງານ ລັດຖະກອນ ພາຍໃນສູນກາງສະຫະພັນກຳມະບານລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

       ທ່ານ ວັນນາ ດວງພະຈັນ ຮອອງປະທານສູນກາງສະຫະພັຍກຳມະບານລາວ ໄດ້ກ່າວວ່າ: ໂດຍປະຕິບັດແນວທາງນະໂຍບາຍຂອງພັກ ແລະ ອີງໃສ່ກົດໝາຍວ່າດ້ວຍການສົ່ງເສີມການລົງທືນຂອງລັດຖະບານ ບໍລີສັດຮາມາຢານາບູຕິກຈຳກັດເຊີ່ງເປັນນັກລົງທືນເກະຊົນ ໄດ້ມີຄວາມສົນໃຈເຂົ້າມາມີສ່ວນຮ່ວມພັດທະນາຕອນດິນ ທີ່ຕັ້ງສຳນັກງານສູນກາງສະຫະພັນກຳມະບານລາວຫຼັງເກົ່າ ໃນຮູບແບບຫັນຊັບສິນເປັນທຶນ ແລະ ຮັບກາງລົງນາມໃນສັນຍາ ທັງເລີ່ມຕົ້ນຈັດຕັ້ງປະຕິບັດໃນວັນທີ່ 15 ມິຖຸນາ 2013 ເປັນຕົ້ນມາໃນສັນຍາໂຄງການແລກປ່ຽນສຳນັກງານສູນກາງສະຫະພັນກຳມະບານລາວໄດ້ກຳນົດວ່າ ບໍລິສັດຣາມາຢານາບູຕິກຈຳກັດ ເປັນຜູ້ລົງທຶນຈັດຊື້ເນື້ອທີ່ດິນ 11,230 ຕາແມັດ ຖົມດີນ ປຸກສ້າງອາຄານສຳນັກງານສູນກາງສະຫະພັນກຳມະບານລາວຫຼັງໃໝ່ທີ່ຕັ້ງຢູ່ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີຂະໜາດ 29×43 ແມັດສູງ 4 ຊັ້ນ ມີບັນໄດໄຟຟ້າ( ລິບ ) ພ້ອມກັບການຕົບແຕ່ງພາຍໃນຄົບຊຸດ ລານຈອດລົດ ຫ້ອງອາຫານ ກຳແພງອ້ອມຮອບ ເສັ້ນທາງເຂົ້າ-ອອກ ສະໜອງເຟີນີເຈີ ແລະ ພາຫະນະ ເຄື່ອງມືອຸປະກອນຮັບໃຊ້ວຽກງານຈຳນວນໜຶ່ງ ມີກຳນົດໄລຍະການເວລາກໍ່ສ້າງ 19 ເດືອນໃຫ້ສຳເລັດ ໃຫ້ແກ່ສູນກາງສະຫະພັນກຳມະບານລາວ ເພື່ອແລກປ່ຽນກັບສຳນັກງານສູນກາງສະຫະພັນກຳມະບານລາວຫຼັງເກົ່າ ເຊີ່ງມີເນືອທີ່ 5,074 ກວ່າຕາແມັດ ຕັ້ງຢູ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມາຮອດປັດຈຸບັນ ໂຄງການກໍ່ສ້າງສຳນັກງານສູນກາງສະຫະພັນກຳມະບານລາວຫຼັງໃໝ່ ໄດ້ສຳເລັດກ່ອນຄາດໝາຍ ແລະ ດຳເນີນໄປຢ່າງຖືກຕ້ອງຕາມສັນຍາທຸຂັ້ນຕອນ ໄດ້ນຳມາສູ່ວາລະພິທີມອບ-ຮັບ ແລະ ໄຂນຳໃຊ້ສຳນັກງານສູນກາງສະຫະພັນກຳມະບານລາວຫຼັງໃໝ່ຢ່າງເປັນທາງການ ຈິ່ງຖືວ່າໂຄງການຮ່ວມມືທີ່ມີປະສິດທິຜົນ ແລະ ສາມາດເປັນໂຕແບບທີ່ດີໃຫ້ແກ່ການຮ່ວມມືລະຫວ່າງພາກລັດກັບເອກະຊົນໃນອະນາຄົດ.

 ສູນກາງສະຫະພັນກຳມະບານລາວ ຈັດສຳມະນາ ແລະ ເຊື່ອມຊຶມ ວຽກງານ 3 ສ້າງ

    ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບທາງດ້ານຫຼັກການ ເນື້ອໃນ ແລະ ວິທີການເຄື່ອນໄຫວວຽກງານກຳມະບານ ໃນການຈັດຕັ້ງປະຕິບັດມະຕິ03/ກທສພວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດສ້າງເມືອງໃຫ້ເປັນຫົວໜ່ວຍເຂົ້ມແຂງຮອບດ້ານສ້າງບ້ານເປັນຫົວໜ່ວຍພັດທະນາ ແລະເພື່ອຈັດຕັ້ງປະຕິບັດ3ທິດນຳຍຸດທະສາດສຳຄັນທີ່ກອງປະຊຸມໃຫຍ່ຄັ້ງທີ9ຂອງພັກໄດ້ກຳນົດໄວ້ເປັນຕົ້ນທິດນຳວ່າດ້ວຍສ້າງຄວາມໝັ້ນຄົງໃຫ້ແກ່ລະບອບປະຊາທິປະໄຕປະຊາຊົນລາວ ໂດຍເລີ່ມຈາກຮາກຖານທິດນຳວ່າດ້ວຍການສ້າງບາດກ້າວບຸກທະລຸທັງ4ດ້ານແລະທິດນຳວ່າດ້ວຍການແບ່ງຂັ້ນຄຸ້ມຄອງໃຫ້ປະກົດຜົນເປັນຈິງຢູ່ໃນຂົງເຂດວຽກງານກຳມະບານແນ່ໃສ່ເສີມຂະຫຍາຍຫົວຄິດປະດິດສ້າງເປັນເຈົ້າຕົ້ນເອງ ເພີມທະວີຄວາມຮັບຜິດຊອບຂອງສະຫະພັນກຳມະບານລາວແຕ່ລະຂັ້ນໃນການປະຕິບັດພາລະບົດບາດໜ້າທີ່ຂອງຕົນໃຫ້ສູງຂຶ້ນກວ່າ
ເກົ່າສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງພັກແລະເພື່ອປັບປຸງຍົກລະດັບຄວາມເຂັ້ມແຂງຂອງສະຫະພັນກຳມະບານແຕ່ລະຂັ້ນໃນການເພີ່ມທະວີຄວາມຮັບຜິດຊອບແລະເປັນເຈົ້າຕົນເອງໃນການຈັດຕັ້ງປະຕິບັດພາ
ລະບົດບາດໜ້າທີ່ເຮັດໃຫ້ກຳມະກອນຜູ້ອອກແຮງງານຢູ່ບັນດາຫົວໜ່ວຍແຮງງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນໄດ້ຮັບການກໍ່ສ້າງສຶກສາອົບຮົມ ສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານທີ່ຈຳເປັນກ່ຽວກັບບັນຫາແຮງງານ ແລະໄດ້ຮັບການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຕົນເອງ ທັງນີ້ ກໍ່ເພື່ອແບ່ງຄວາມຮັບຜິດຊອບ ແລະຂັ້ນຄຸ້ມຄອງວຽກງານກຳມະບານຢູ່ບັນດາຫົວໜ່ວຍແຮງງານລະຫວ່າງແຂວງ ເມືອງ ແລະ ຮາກຖານໃຫ້ຈະແຈ້ງ ມອບສິດອຳນາດໃນການແກ້ໄຂວຽກງານ ແລະ ຕັດສິນບັນຫາໃຫ້ຂັ້ນເມືອງ ຂັ້ນຮາກຖານໃຫ້ຫຼາຍຂຶ້ນ. ກອງປະຊຸມສຳມະນາ ແລະ ເຊື່ອມຊື່ມວຽກງານ 3 ສ້າງ ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2013 ທີ່ຫ້ອງປະຊຸມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍການເຂົ້າຮ່ວມຂອງທ່ານ ເຈືອງສົມບູນ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທ່ານຄຳຫຼ້າ ລໍລອນສີ ປະທານສູນກາງສະຫະພັນກຳມະບານລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງສະຫະພັນແມ່ຍິງ ສກລ

      ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ສູນກາງສະຫະພັນກຳມະບານລາວ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ່ 14 ພຶດສະພາ 2015 ທີ່ສຳນັກງານສູນກາງສູນກາງສະຫະພັນກຳມະບານລາວ ໂດຍການເປັນປະທານຂອງທ່ານ ນາງອາລີຍາວັນ ອັກຄະວົງປະທານສະຫະພັນແມ່ນຍິງສູນກາງສະຫະພັນກຳມະບານລາວ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຕົງເຢຢ່າງ ຍົງເຊັງ ຮອງປະທານສູນກາງສະຫະພັນກຳມະບານລາວ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນຫາງສະຫະພັນແມ່ຍິງລາວ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ສະມາຊິກແມ່ຍິງເຂົ້າຮ່ວມຢ່າງພ້ອມພຽງ.
     ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ແລະ ວ່າງທິດທາງແຜນການໃນຕໍ່ໜ້າ ( 2015-2020 ) ຈາກທ່ານນາງ ອາລຸນແສງ ວິຈິດວົງສາ ຮອງປະທານສະຫະພັນແມ່ຍິງສູນກາງສະຫະພັນກຳມະບານລາວ. ສະຫະພັນແມ່ຍິງ ສກລ ມີສະມາຊິກທັງໝົດ 60 ສະຫາຍ ປະກອບມີ 7 ໜ່ວຍໃນຊຸມປີຜ່ານມາສະຫະພັນແມ່ຍິງ ສກລ ໄດ້ພ້ອມກັນຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຂອງຕົນ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ເອື້ອຍນ້ອງແມ່ຍິງເປັນບັນຫາສຳຄັນ

ສຳເລັດກອງປະຊຸມໃຫຍ່ ກຳມະບານຮາກຖານ ສກລ ຄັ້ງທີ XIII

      ກຳມະບານຮາກຖານ ສຸນກາງສະຫະພັນກຳມະບານລາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ່ XIII ຂຶ້ນໃນວັນທີ່ 15 ພຶດສະພາ 2015 ທີ່ຫ້ອງປະຊຸມໃຫຍ່ສຳນັກງານ ສກລ. ໂດຍການເປັນປະທານຂອງສະຫາຍ ພົມມາ ເທບພະວົງ ປະທານກຳມະບານຮາກຖານ, ຫົວໜ້າສຶ່ມ່ວນຊົນ, ເຂົ້າຮ່ວມໂດຍສະຫາຍ ສີມູນ ອຸ່ນລາສີ ຮອງປະທານ ສກລ, ສະຫາຍຕົງເຢຢ່າງ ຢົງເຊັງ ຮອງປະທານ ສກລ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ສກລ, ສະຫາຍ ວັນນາ ດວງພະຈັນ ຮອງປະທານ ສກລ, ມີບັນດາຫົວໜ້າກົມ: ຮອງກົມ, ແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ 100 ກວ່າສະຫາຍ.
      ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງຂອງການຈັດຕັ້ງປະຕິບັດວຽກງານກຳມະບານໄລຍະຜ່ານມາ ແລະ ວ່າງທິດທາງແຜນການໃນຕໍ່ໜ້າ ສົກປີ 2015-2020 ສະເໜີໂດຍທ່ານ ພົມມາ ເທບວົງສາ ປະທານກຳມະບານຮາກຖານ ສູນກາງສະຫະພັນກຳມະບານລາວ. ກຳມະບານຮາກຖານສູນກາງສະຫະພັນກຳມະບານລາວມິຄະນະປະທານ 5 ສະຫາຍ, ຍິງ 2 ສະຫາຍ, ແບ່ງອອກເປັນ 9 ໜ່ວຍ ກຳມະບານ. ໃນນັ້ນຂະຫຍາຍໃໝ່ 2 ໜ່ວຍ ແລະ ມີສະມາຊິກກຳມະບານທັງໝົດ 119 ສະຫາຍ, ຍິງ 59 ສະຫາຍ, ຂະຫຍາຍໃໝ່ໄດ້ 20 ສະຫາຍ, ຍິງ 8 ສະຫາຍ, ໄປຮຽນຢູ່ພາຍໃນປະເທດ 4 ສະຫາຍ ແລະ ໄປຮຽນຢູ່ຕ່າງປະເທດ 2 ສະຫາຍ. ເຊິ່ງຕະຫຼອດໄລຍະຜ່ານມາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນວຽກງານການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານກຳແໜ່ນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງເລິດເຊິ່ງ.

ຂະບວນການຍ່າງເພື່ອສຸຂະພາບ ສະຫຼອງວັນກຳມະກອນສາກົນ ຄົບຮອບ 129 ປີ

       ສູນກາງສະຫະພັນກຳມະບານລາວໄດ້ຈັດຂະບວນການຍາງເພື່ອສຸຂະພາບຂຶ້ນໃນຕອນເຊົ້າວັນທີ 1 ພຶດສະພາ 2015 ທີ່ນະຄອນຫຼວງວຽງຈັນ ໂດຍເລີມຈາກປະຕູໄຊ ຫາ ຫໍຄຳ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ມີການນຳພັກ-ລັດ, ການນຳກຳມະບານລາວພ້ອມດ້ວຍມວນຊົນຊາວນະຄອນຫຼວງເຂົ້າຮ່ວມ 7 ພັນກວ່າຄົນ.

ສກລ ປູກຕົ້ນໄມ້ ວັນທີ 1 ມີຖຸນາ

          ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມີຖຸນາ 2015 ສູນກາງສະຫະພັນກຳມະບານລາວ ໄດ້ຈັດຂະບວນການປູກຕົ້ນໄມ້ ຢູ້ອອ້ມຂ້າງສຳນັກງານສູນກາງສະຫະພັນກຳມະບານລາວ. ເຂົ້າຮ່ວມໂດຍທ່ານ ຄຳຫຼ້າ ລໍລອນສີ ກຳມະການສູນກາງພັກ, ປະທ່ານສູນກາງສະຫະພັນກຳມະບານລາວ, ມີບັນດາຮອງປະທານ ພ້ອມດ້ວຍພະນັກງານງານພາຍໃນສຳນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຕົງເຢ ຢາງເຊັງຊົງ ຮອງປະທານສູນກາງສະຫະພັນກຳມະບານລາວໄດ້ກ່າວວ່າ: ເພື່ອເປັນການຕອບສະໜອງນະໂຍບາຍຂອງພັກ ສູນກາງສະຫະພັນກຳມະບານລາວ ໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ໂດຍເປັນການຮັກສາສະພາບແວດລ້ອມ ແລະ ຄືນ ຄວາມເປັນທຳມະຊາດໃຫ້ກັບໂລກ, ເວົ້າສະເພາະແມ່ນສ້າງສິ່ງແວດລ້ອມທີ່ດີໃນສຳນັກງານໃຫ້ມີຄວາມສວຍງາມ, ມີຄວາມສະອາດສົດໃສ ແລະ ມີ ຄວາມຮົ່ມເຢັນ.

 
 

Copyright@2021. All Rights Reserved. ພັດທະນາໂດຍໜ່ວຍງານໄອທີ, ສູນກາງສະຫະພັນກຳມະບານລາວ.