ສ້າງຂະບວນການເຕະບານ ຂ່ຳນັບຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ
ເພື່ອເປັນການຂ່ຳນັບຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ (13 ສິງຫາ 1950-13 ສິງຫາ 2022. ໃນລະຫວ່າງວັນທີ 29-31 ສິງຫາ 2022 ຜ່ານມານີ້ ຢູ່ທີ່ເດີ່ນກິລາ ກູດໄລຟ໌. ຄະນະບໍລິຫານງານຊາວໜຸ່ມ ສນຊ ໄດ້ສ້າງຂະບວນການເຕະບານຊິງຂັນ ປະທານ ສູນກາງແນວລາວສ້າງຊາດຂຶ້ນ ເພື່ອຮັດແໜ້ນຄວາມສາມັກຄີ ໃຫ້ກຽດເຂົ້າຮ່ວມມີທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານ ສນຊ, ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົ່ງຕົວ ຮອງປະທານ ສນຊ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂອງ ສນຊ, ທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ເລຂາຄະນະບໍລິຫານງານຊາວໜຸ່ມ ສນຊ, ມີບັນດາທ່ານຄະນະນຳແຕ່ລະພາກສ່ວນ ພ້ອມດ້ວຍນັກກິລາ 8 ພາກສ່ວນເຂົ້າຮ່ວມ.
ໃນພິທີ ທ່ານ ວັນດີ ຈັນສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ສນຊ ໄດ້ຂຶ້ນຜ່ານລາຍຊື່ທີມນັກກິລາແຕ່ລະພາກສ່ວນທີ່ເຂົ້າຮ່ວມເຊິ່ງປະກອບມີ: ສູນກາງແນວລາວສ້າງຊາດ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງສະຫະພັນກຳມະບານລາວ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ທະນາຄານພົງສະຫວັນ, ສະມາຄົມຄຸນຄ່າລາວ ແລະ ສູນລວມຄຣິດຕະຈັກຂ່າວປະເສີດ. ໂອກາດດັ່ງກ່າວ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົ່ງຕົວ ຮອງປະທານ ສນຊ ກໍ່ໄດ້ຂຶ້ນມີຄຳເຫັນ ພ້ອມທັງກ່າວເປີດພິທີຢ່າງເປັນທາງການ. ຈາກນັ້ນ ກໍ່ໄດ້ມີການຈັບສະຫຼາກເລືອກຄູ່ແຂ່ງຂັນ. ຜ່ານການແຂ່ງຂັນຕົວຈິງຕັ້ງແຕ່ວັນທີ 29-31 ສິງຫາ 2022 ສາມາດສະຫຼຸບສັງລວມໄດ້ດັ່ງນີ້: ທີມທີ່ສາມາດຍາດໄດ້ທີ 1 ແມ່ນທີມ ຄຣິດຕະຈັກຂ່າວປະເສີດ, ທີມທີ 2 ແມ່ນທີມ ທະນາຄານພົງສະຫວັນ, ທີມທີ 3 ແມ່ນທີມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທີ 4 ແມ່ນທີມ ສະມາຄົມຄຸນຄ່າລາວ. ໂອກາດນີ້ ຄະນະນໍາ ສນຊ ກໍ່ໄດ້ໃຫ້ກຽດຂຶ້ນມອບຂັນ ແລະ ເງິນລາງວັນ ໃຫ້ແກ່ທີມນັກກິລາ 4 ທີມດັ່ງກ່າວ ພ້ອມທັງຮ່ວມພາເຂົ້າສາມັກຄີ.
ຂະບວນການແຂ່ງຂັນໃນຄັ້ງນີ້ ໄດ້ຮັບການຊຸກຍູ້ອຸປະຖຳຈາກພາກສ່ວນຕ່າງໆຄືດັ່ງນີ້: ທະນາຄານພົງສະຫວັນ, ສະມາຄົມຄຸນຄ່າລາວ, ສະມາຄົມວີເລີບຢູ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນແມ່ຍິງ ສນຊ, ສູນລວມຄຣິດຕະຈັກຂ່າວປະເສີດ ແລະ ທ່ານ ປອ ໄຊບັນດິດ ຣາຊະພົນ ກຳມະການ ສນຊ ເຮັດໃຫ້ຂະບວນການດຳເນີນໄປຢ່າງມີຜົນສຳເລັດ.