ສູນກາງສະຫະພັນກຳມະບານລາວ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 139ປີໃນວັນທີ 1 ພຶດສະພາ 2025 ທີ່ສວນປະຕູໄຊ. ເປັນກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີການນຳພັກ-ລັດ, ຫົວຫນ່ວຍແຮງງານ, ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານ ແລະ ມ່ວນຊົນເຂົ້າຮ່ວມ 10.000 ກວ່າຄົນ. ງານຍ່າງເພື່ອສຸຂະພາບນີ້ແມ່ນໄດ້ຈັດຂື້ນໃນທຸກໆປີ ເພື່ອສະເຫຼີມສະຫຼອງ “ວັນກຳມະກອນ” ເຊິ່ງ... Read more
ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາຄະນະພັກ ສູນກາງສະຫະພັນກຳມະບານລາວ ປະດັບຫຼຽນກາກຳມະບານ ໃຫ້ແກ່ສະຫະພັນກຳມະບານ ສູນກາງສະຫະພັນກຳມະບານລາວ ພ້ອມນີ້ຍັງໄດ້ປະດັບຫຼຽນກາກຳມະບານ ໃຫ້ແກ່ຄະນະສະຫະພັນກຳມະບານ, ບັນດາກຳມະບານຮາກຖານ ແລະ ສະມາຊິກກຳມະບານ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານກຳມະບານ ໃນໄລຍະຜ່ານມາ. ນອກນີ້ຍັງມີການມອບໃບຍ້ອງຍໍ ແລະ ໃບຊົມເຊີຍຕື່ມອີກ. Read more