ກຳມະບານແມ່ນຫຍັງ? ເປັນຫຍັງຕ້ອງເຂົ້າເປັນສະມາຊິກກຳມະບານ?ເຂົ້າເປັນສະມາຊິກກຳມະບານແລ້ວ ຈະໄດ້ຮັບຜົນຕອບແທນຫຍັງແດ່ ?
ສະຫະພັນກໍາມະບານລາວ ແມ່ນການຈັດຕັ້ງມະຫາຊົນໜຶ່ງທີ່ກວ້າງຂວາງ ໃນລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວເປັນແກນນຳ; ເປັນຕົວແທນໃຫ້ແກ່ສະມາ ຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານອື່ນ. ເຄື່ອນໄຫວຕາມລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ກົດລະບຽບຂອງສະຫະພັນກໍາມະບານລາວ, ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກຸມພາ 1956.
ພາລະບົດບາດຂອງສະຫະພັນກຳມະບານລາວມີດັ່ງນີ້:
1). ໂຄສະນາ, ສຶກສາອົບຮົມ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານອຶ່ນມີຄວາມຕື່ນຕົວທາງການເມືອງ, ຮູ້ສິດ, ພັນທະ ແລະ ຜົນປະໂຫຍດຂອງຕົນ, ມີຄວາມຮູ້ຄວາມສາມາດທາງດ້ານວິທະຍາສາດເຕັກໂນໂລຊີ, ມີອະລິຍະທຳທາງດ້ານຈິດໃຈ ແລະ ມີວິໄນໃນການອອກແຮງງານ;
2). ເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານກຳມະກອນ ແລະ ຊາວຜູ້ອອກແຮງງານອື່ນໆ;
3). ຕິດຕາມ, ກວດກາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ,ວັດທະນະທຳ-ສັງຄົມຂອງອົງການລັດແຕ່ລະຂັັ້ນ ແລະ ຫົວໜ່ວຍແຮງງານ;
4). ເຂົ້າຮ່ວມຕິດຕາມ, ກວດກາການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງແລະ ສະມາຊິກຂອງສະພາດັ່ງກ່າວ.
ສະມາຊິກກຳມະບານມີມາດຕະຖານ ແລະ ເງື່ອນໄຂຕົ້ນຕໍດັ່ງນີ້:
1). ເປັນພະນັກງານ, ລັດຖະກອນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານອຶ່ນທັງໃນ ແລະ ນອກລະບົບໂດຍບໍ່ຈຳແນກເພດ, ຊົນເຜົ່າ, ລະດັບການສຶກສາ, ການເຊື່ອຖື, ຖານະທາງດ້ານເສດຖະກິດ-ສັງຄົມ, ຖືສັນຊາດລາວທີ່ມີອາຍຸ 18 ປີຂື້ນໄປ;
2).ມີສະຕິຕື່ນຕົວປະຕິບັດກົດໝາຍ, ກົດລະບຽບຂອງຫົວໜ່ວຍແຮງງານ, ເຫັນດີເຫັນພ້ອມປະຕິບັດກົດລະບຽບຂອງສະຫະພັນກຳມະບານລາວ ແລະ ເຂົ້າຮ່ວມການເຄື່ອນໄຫວວຽກງານກຳມະບານ;
3). ຕ້ອງເປັນຜູ້ທີ່ມີຄຸນສົມບັດ, ສິນທຳປະຕິວັດ, ໄດ້ຜ່ານການຝຶກຝົນຫຼໍ່ຫຼອມໃນຂະບວນການວຽກງານຕົວຈີງ, ມີຄວາມຫ້າວຫັນ, ເປັນແບບຢ່າງທີ່ດີ ແລະ ມີຄວາມຮັບຜິດຊອບໃນໜ້າທີ່ວຽກງານ;
4). ມີຄວາມສະໝັກໃຈເຂົ້າເປັນສະມາຊິກກຳມະບານດ້ວຍຕົນເອງ.
ຜົນປະໂຫຍດ ຂອງສະມາຊິກກຳມະບານ ໄດ້ຮັບຜົນປະໂຫຍດ ດັ່ງນີ້: ( ກົດລະບຽບ )
ໄດ້ຮັບການຊ່ວຍເຫຼືອແກ້ໄຂຂໍ້ຂັດແຍ່ງດ້ານສິດ ແລະ ຜົນປະໂຫຍດອັນ ຊອບທຳ, ການອອກແຮງງານທີ່ປອດໄພ, ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ;
- ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບວຽກງານກຳມະບານ, ການອອກແຮງງານ ທີ່ປອດໄພ ແລະ ຂໍ້ມູນຂ່າວສານອື່ນໆ;
- ໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານວິຊາສະເພາະ ແລະ ສີມືແຮງງານຕາມກົດໝາຍ;
- ເຂົ້າຮ່ວມການເຄື່ອນໄຫວວຽກງານ ແລະ ກິດຈະກຳອື່ນໆ ທີ່ອົງການກຳມະບານຈັດຂຶ້ນ;
- ໄດ້ຮັບການເບິ່ງແຍງຊ່ວຍເຫຼືອ ຈາກອົງການຈັດຕັ້ງກຳມະບານ ໃນເວລາພົບຄວາມຫຍຸ້ງຍາກ, ພັກຜ່ອນຮັບບຳນານ, ເຈັບເປັນ, ເສຍຊີວິດ ຫຼື ໄພພິບັດທາງ ທຳມະຊາດ ຕາມເງື່ອນໄຂຕົວຈິງ.
- ສະມາຊິກກຳມະບານຜູ້ທີ່ມີຜົນງານ ແລະ ມີຫົວຄິດປະດິດສ້າງດີເດັ່ນ ຈະໄດ້ຮັບການຍ້ອງຍໍຈາກສະຫະພັນກຳມະບານ ຫຼື ພາກສ່ວນທີ່ກ່ຽວຂ້ອງ.
ຜົນປະໂຫຍດ ຂອງສະມາຊິກກຳມະບານ ໄດ້ຮັບຜົນປະໂຫຍດ ດັ່ງນີ້: ( ກົດໝາຍ )
ໄດ້ຮັບການຍົກລະດັບ, ການບັນຈຸ, ສັບຊ້ອນ ເຂົ້າໃນຕຳແໜ່ງງານ ຂອງອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຫົວໜ່ວຍແຮງງານ ຢ່າງເໝາະສົມ ຕາມລະບຽບການ;
- ໄດ້ຮັບການບໍລິການຂໍ້ມູນ ຂ່າວສານກ່ຽວກັບການອອກແຮງງານ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ;
- ໄດ້ຮັບການຊ່ວຍເຫຼືອ ໃນການແກ້ໄຂຂໍ້ຂັດແຍ່ງດ້ານສິດ ແລະ ຜົນປະໂຫຍດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;
- ເຂົ້າຮ່ວມກິດຈະກຳ ການເຄື່ອນໄຫວວຽກງານຕ່າງໆ ທີ່ອົງການກຳມະບານຈັດຂຶ້ນ;
- ໄດ້ຮັບຜົນປະໂຫຍດ, ນະໂຍບາຍອື່ນ ຕາມທີ່ໄດ້ກຳນົດໄວ້ໃນກວດໝາຍ.
1. ລົງຢ້ຽມຫົວໜ່ວຍແຮງງານປຶກສາຫາລືກັບອຳນວຍການ ຫຼື ເຈົ້າຂອງວິສາຫະກິດ ເພື່ອສະເໜີຈຸດປະສົງກ່ຽວກັບການສ້າງຕັ້ງກຳມະບານຮາກຖານ.
2. ພົບກຳມະກອນເພື່ອໂຄສະນາ ເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຈັດຕັ້ງກຳມະບານ
3. ແຈກໃບຄຳຮ້ອງ, ຂຽນປະຫວັດຫຍໍ້ ແລະ ໃບສະໜັກເຂົ້າຜູ້ທີ່ຂໍສະໝັກເຂົ້າເປັນສະມາຊິກກຳມະບານ.
4. ປຶກສາຫາລືເພື່ອຄັດເລືອກເອົາຜູ້ຕາງໜ້າກຳມະກອນທີ່ຈະເປັນຄະນະປະທານກຳມະບານຮາກຖານ.
5. ເຮັດຂໍ້ຕົກລົງຂອງປະທານສະຫະພັນກຳມະບານເມືອງ ຫຼື ກຳມະບານຮາກຖານຂັ້ນເທິງຖັດຕົນ ເພື່ອຮັບຮອງ ແລະ ປະກາດເປັນທາງການ.
ຜູ້ອອກແຮງງານຕ້ອງປະຕິບັດຕາມກົດລະບຽບກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານຂອງຫົວໜ່ວຍແຮງງານຢ່າງເຂັ້ມງວດ.
ກໍລະນີຜູ້ອອກແຮງງານສັງເກດເຫັນວ່າຈະມີໄພອັນຕະລາຍຕໍ່ຄວາມປອດໄພ ແລະ ສຸຂະພາບແຮງງານ ໃນສະຖານທີ່ເຮັດວຽກນັ້ນ ຕ້ອງໄດ້ແຈ້ງຜູ້ໃຊ້ແຮງງານ ຫຼື ຜູ້ຮັບຜິດຊອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ປະຈຳຢູ່ຫົວໜ່ວຍແຮງງານຂອງຕົນ.
ພາຍຫຼັງໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມອັນຕະລາຍແລ້ວ ເຫັນວ່າຜູ້ໃຊ້ແຮງງານຫາກບໍ່ເອົາໃຈໃສ່ ຫຼື ບໍ່ແກ້ໄຂຜູ້ອອກແຮງງານຕ້ອງແຈ້ງອົງການຄຸ້ມຄອງແຮງງານ ຫຼື ໜ່ວຍງານທີ່ຮັບຜິດຊອບຄວາມປອດໄພ ແລະ ສຸຂະພາບແຮງງານ.
1. ວາງມາດຕະການເພື່ອຮັບປະກັນຄວາມປອດໄພ ແລະ ສຸຂະພາບຂອງຜູ້ອອກແຮງງານ ທີ່ເຮັດວຽກພາຍໃຕ້ການຄຸ້ມຄອງຂອງຕົນ.
2. ຮັບປະກັນສະຖານທີ່ເຮັດວຽກ, ເຄື່ອງຈັກ, ອຸປະກອນ, ຂັ້ນຕອນການຜະລິດໃຫ້ມີຄວາມປອດໄພ.
3. ກວດກາບັນດາມາດຕະການປ້ອງກັນ ແລະ ປັບປຸງໃຫ້ເໝາະສົມຢ່າງເປັນປົກກະຕິ.
4. ປະເມີນຄວາມສ່ຽງດ້ານຄວາມປອດໄພ ແລະ ສຸຂະພາບແຮງງານຢ່າງໜ້ອຍ ໜຶ່ງຄັ້ງຕໍ່ປີ.
5. ບຳລຸງຮັກສາສະຖານທີ່ເຮັດວຽກ, ລະບົບຄວາມປອດໄພ, ສະພາບແວດລ້ອມ ແລະ ບັນຍາກາດໃນການເຮັດວຽກໃຫ້ມີເງື່ອນໄຂດີຕໍ່ສຸຂະພາບຂອງຜູ້ອອກແຮງງານ.
6. ປະຕິບັດນະໂຍບາຍ, ສະຫວັດດີການ ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ຜູ້ອອກແຮງງານ.
7. ສະໜອງຂໍ້ມູນຂ່າວສານ, ຄຳແນະນຳອື່ນໆ ໃຫ້ຜູ້ອອກແຮງງານ.
8. ສະໜອງອຸປະກອນປ້ອງກັນສ່ວນຕົວທີ່ໄດ້ມາດຕະຖານສາກົນ ໃຫ້ຜູ້ອອກແຮງງານຢ່າງຄົນຖ້ວນ.
9. ບໍ່ໃຫ້ມີການນຳໃຊ້ສິ່ງເສບຕິດ, ດື່ມ, ເສບສິ່ງມືນເມົາຢູ່ພາຍໃນສະຖານທີ່ເຮັດວຽກ.
10. ຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບຄວາມປອດໄພສຸຂະພາບແຮງງານ ແລະ ຄວາມປອດໄພຈາກເຊື້ອພະຍາດອື່ນໆຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ.
11. ຈັດໃຫ້ມີພະນັກງານຮັບຜິດຊອບຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ.
ຄວາມປອດໄພ ແລະ ສຸຂະພາບແຮງງານແມ່ນກິດຈະກຳລະຫວ່າງຜູ້ໃຊ້ແຮງານ ແລະ ຜູ້ອອກແຮງງານ ຮັບປະ ກັນຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກຂອງຜູ້ອອກແຮງງານ. ຊຶ່ງລວມມີການປະເມີນຄວາມສ່ຽງດ້ານສະພາບແວດລ້ອມ, ມາດຕະການທີ່ເໝາະສົມເພື່ອຫຼຸດຜ່ອນອັນຕະລາຍ, ຄວາມສ່ຽງ, ວິທີປ້ອງກັນອຸປະຕິເຫດແຮງງານ ແລະ ປ້ອງກັນບໍ່ໃຫ້ເກີດພະຍາດອາຊີບ.
1. ຜູ້ອອກແຮງງານຕ້ອງໄປຫາຄະນະກໍາມະບານຮາກຖານ ຫຼື ຜູ້ຕາງໜ້າຂອງຜູ້ອອກແຮງງານ ທີ່ປະຈໍາຢູ່ຫົວໜ່ວຍແຮງງານທີຕົນເອງເຮັດວຽກຢູ່ ຫຼື ຖ້າຢູ່ຫົວໜ່ວຍແຮງງານຫາກບໍ່ມີກຳມະບານຮາກຖານ ແລະ ຜູ້ຕາງໜ້າຂອງຜູ້ອອກແຮງງານຕ້ອງໄປຫາສະຫະພັນກໍາມະບານເມືອງ ທີ່ຫົວໜ່ວຍແຮງງານຂື້ນກັບ ເພື່ອແຈ້ງເຫດກ່ຽວກັບການເກີດຂໍ້ຂັດແຍ່ງທາງດ້ານແຮງງານ, ຂໍຄໍາປຶກສາ ແລະ ຫາວິທີແກ້ໄຂ, ຜູ້ອອກແຮງງານມີສິດຮຽກຮ້ອງ ແລະ ມອບໝາຍໃຫ້ຄະນະກໍາມະບານຮາກຖານ ຫຼື ຜູ້ຕາງໜ້າຜູ້ອອກແຮງງານເຂົ້າຮ່ວມຊ່ວຍຜູ້ອອກແຮງງານ ຫຼື ໃຫ້ເປັນຕົວແທນຂອງຕົນໄປດໍາເນີນການໄກ່ເກ່ຍນໍາຜູ້ໃຊ້ແຮງງານກໍ່ໄດ້.
2. ກໍາມະບານຮາກຖານ ຫຼື ຜູ້ຕາງໜ້າຂອງຜູ້ອອກແຮງງານ ທີ່ປະຈໍາຢູ່ຫົວໜ່ວຍແຮງງານນັ້ນ ເປັນຜູ້ດໍາເນີນການໄກ່ເກ່ຍລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ (ຖ້າໄດ້ຮັບການເຫັນດີຈາກຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຫຼື ໄດ້ຮັບການຮຽກຮ້ອງ ແລະ ມອບໝາຍຈາກຜູ້ອອກແຮງງານໃຫ້ເປັນຕົວແທນຂອງຕົນໄປໄກ່ເກ່ຍນໍາຜູ້ໃຊ້ແຮງງານ) ແລະ ຕ້ອງມີບົດບັນທຶກການໄກ່ເກ່ຍ ແລະ ລົງລາຍເຊັນຂອງຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ຄະນະກໍາມະບານຮາກຖານ ຫລື ຜູ້ຕາງໜ້າຂອງຜູ້ອອກແຮງງານ, ຖ້າໄກ່ເກ່ຍສໍາເລັດກໍ່ຈົບ, ແຕ່ຖ້າວ່າການໄກ່ເກ່ຍບໍ່ສໍາເລັດຕ້ອງໄດ້ດໍາເນີນການໄກ່ເກ່ຍໃນຂັ້ນຕອນຂອງແຮງງານ ແລະ ຖ້າໄກ່ເກ່ຍຢູ່ຂັ້ນແຮງງານບໍ່ສໍາເລັດແມ່ນສືບຕໍ່ຢື້ນຄໍາຮ້ອງໃຫ້ສານ-ໄອຍະການເປັນຜູ້ຕັດສິນຊີ້ຂາດ.
3. ໃນເວລາເກີດມີຂໍ້ຂັດແຍ່ງທາງດ້ານແຮງງານເກີດຂື້ນຜູ້ອອກແຮງງານ ຫຼື ກໍາມະກອນບໍ່ຄວນຂຽນໃບລາອອກຈາກວຽກ ເພາະຈະຕົກຢູ່ໃນກໍລະນີສະໝັກໃຈລາອອກເອງ.
4. ຜູ້ອອກແຮງງານຄວນແຈ້ງໃຫ້ກໍາມະບານຂັ້ນເທິງຮັບຊາບເພື່ອຊ່ວຍຕິດຕາມນໍາພາກສ່ວນແຮງງານຂັ້ນທີ່ຮັບໄກ່ເກ່ຍຕໍ່ ຫຼື ຂັ້ນຂອງສານໃດໜຶ່ງ.