ສູນກາງສະຫະພັນກຳມະບານລາວ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 139ປີໃນວັນທີ 1 ພຶດສະພາ 2025 ທີ່ສວນປະຕູໄຊ. ເປັນກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີການນຳພັກ-ລັດ, ຫົວຫນ່ວຍແຮງງານ, ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານ ແລະ ມ່ວນຊົນເຂົ້າຮ່ວມ 10.000 ກວ່າຄົນ.
ງານຍ່າງເພື່ອສຸຂະພາບນີ້ແມ່ນໄດ້ຈັດຂື້ນໃນທຸກໆປີ ເພື່ອສະເຫຼີມສະຫຼອງ “ວັນກຳມະກອນ” ເຊິ່ງແມ່ນວັນສຳຄັນລະດັບສາກົນເພື່ອຍົກຍ້ອງບົດບາດ ແລະ ຄຸນຄ່າຂອງຜູ້ອອກແຮງງານທີ່ໄດ້ມີສ່ວນຮ່ວມໃນການພັດທະນາເສດຖະກິດ ແລະ ສັງຄົມ ທັງເປັນສັນຍາລັກສຳຄັນຂອງຄວາມພະຍາຍາມຢ່າງຕໍ່ເນື່ອງໃນການສົ່ງເສີມສິດທິຂອງຜູ້ອອກແຮງງານ, ຄວາມເທົ່າທຽມ ແລະ ຄວາມສາມັກຄີຂອງຜູ້ອອກແຮງງານທົ່ວໂລກ.






