ໃນວັນທີ 31ມັງກອນ 2025 ສູນກາງສະຫະພັນກຳມະບານລາວ ຈັດງານແຂ່ງຂັນກິລາຕີດອກປີກໄກ່ ຊິງຂັນມິດຕະພາບ ຕ້ອນຮັບວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956 – 1 ກຸມພາ 2025) ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ບັນດາທ່ານການນໍາຈາກພາກສ່ວນກະຊວງ, ອົງການ, ບັນດາທ່ານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ, ຫົວໜ້າກົມ, ຮອງຫົວໜ້າກົມ, ສູນກາງສະຫະພັນກຳມະບານລາວ, ບັນດາ ນັກກິລາ ແລະ ແຂກຖືກເຊີນເຂົ້າຮ່ວມ
ຈຸດປະສົງເພື່ອ ເພື່ອສ້າງກິດຈະກຳກິລາຕີດອກປີກໄກ່, ເປັນການຮັດແໜ້ນຄວາມສາມັກຄີຮ່ວມກັນ ລະຫວ່າງ ການນໍາ, ສະມາຊິກກຳມະບານ ກະຊວງ ອົງການ ເພື່ອສ້າງຂະບວນການ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ ທີ່ຈະມາເຖິງນີ້.
ສະນັ້ນ, ສູນກາງສະຫະພັນກຳມະບານລາວ ຈຶ່ງໄດ້ຈັດຂະບວນການແຂ່ງຂັນ ກິລານີ້ຂຶ້ນ; ເພື່ອຊີງຂັນ ມິດຕະພາບຕ້ອນຮັບ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ.


