ກອງປະຊຸມໃຫຍ່ສະມາຊິກກຳມະບານ ສະຫະພັນກຳມະບານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ XV ໄດ້ໄຂຂຶ້ນໃນວັນທີ 4 ມີນາ 2025 ທີ່ສູນກາງສະຫະພັນກຳມະບານລາວ. ໂດຍການເປັນປະທານຂອງສະຫາຍ ນາງ ຈັນເພັນ ມະນີແສງ ຄະນະພັກ ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາຄະນະພັກ ສູນກາງສະຫະພັນກຳມະບານລາວ, ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ ສູນກາງສະຫະພັນກຳມະບານລາວ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຄະນະປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຄະນະປະທານສະຫະພັນກຳມະບານ ສກລ, ຮາກຖານ ແລະ ສະມາຊິກກຳມະບານເຂົ້າຮ່ວມ.





![ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ດຳເນີນຊີວິດການເມືອງສຳຫຼວດ [...]](https://lftu.gov.la/wp-content/uploads/2024/12/471518991_603052608910322_5351289883079809958_n-190x122.jpg)

