

ໃນວັນທີ 16 ພະຈິກ 2022 ທ່ານ ສິດທິໄຊ ເກດຕະວົງ ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກໍາມະບານ ບໍລິສັດ ເບຍລາວ ຜູ້ອໍານວຍການຝ່າຍກິດຈະກໍາເພື່ອສັງຄົມ ແລະ ບໍລິຫານ ພ້ອມຄະນະ ໄດ້ນຳເອົານໍ້າດື່ມ ມີເນໂຣລ ຈໍານວນ 15,000 ແກັດ ລວມມູນຄ່າທັງໝົດ 527.670.000 ກີບ ມາມອບໃຫ້ແກ່ສູນກາງສະຫະພັນກໍາມະບານລາວ ເພື່ອໄປມອບໃຫ້ແກ່ຜູ້ປະສົບອຸທຸກກະໄພ ທີ່ແຂວງໄຊຍະບູລີ, ສາລະວັນ ແລະ ແຂວງອັດຕະປື ໃຫ້ກຽດຮັບໂດຍທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໂດຍມີຄະນະກົມ, ບັນດາບໍລິສັດ ແລະ ຜູ້ປະກອບການ ເຂົ້າຮ່ວມເປັນສັກຂີພະຍານ.