ພິທີ ມອບ-ຮັບ ລົດຊ່ວຍເຫຼືອ ຈາກສະຫະພັນກຳມະບານທົ່ວປະເທດຈີນ ໃຫ້ແກ່ສູນກາງສະຫະພັນກຳມະບານລາວ ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ 2022 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທ່ານ ຈ່ຽງ ກວາງຜິງ ຮອງປະທານກໍາມະບານທົ່ວປະເທດຈີນ, ມີບັນດາທ່ານຫົວໜ້າກົມ ຈາກສູນກາງສະຫະພັນກຳມະບານລາວ, ຜູ້ຕາງໜ້າບໍລິສັດຢູທົງ, ສະຫະພັນກຳມະບານ ແຂວງຫຼວງນ້ຳທາ, ສະຫະພັນກຳມະບານ ແຂວງຢຸນ່ານ, ກຳມະບານຮາກຖານ ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ, ດ່ານບໍ່ຫານ ແຂວງຢຸນ່ານ, ສະຖານີລົດໄຟໂມຮັນຂອງທາງລົດໄຟ ຈີນ-ລາວ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະຮັບຜິດຊອບ ທັງຝ່າຍລາວ-ຈີນ ເຂົ້າຮ່ວມທີ່ໂຮງແຮມດອນຈັນພາເລດ ແລະ ຜ່ານວີດີໂອທາງໄກ.