

ໃນວັນທີ 8 ກັນຍາ 2022 ທີ່ຫ້ອງຮັບແຂກສູນກາງສະຫະພັນກຳມະບານລາວ ກົມພົວພັນຕ່າງປະເທດໄດ້ເຂົ້າຮ່ວມຕິດຕາມນຳ ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະຜູ້ແທນສະມາພັນແຮງງານ ແຂວງແທັງຮວ່າ ນຳໂດຍທ່ານ ວໍ່ ແມັງ ເຊີນ ກຳມະການຄະນະບໍລິຫານງານສູນກາງສະມາພັນແຮງງານຫວຽດນາມ ປະທານສະມາພັນແຮງງານ ແຂວງແທັງຮວ່າ ໂດຍມີທ່ານ ນາງ ພອງທຳ ທຳມະທອງ ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານ ແຂວງຫົວພັນ ນຳພາໃນໂອກາດທີ່ທາງຄະນະດັ່ງກ່າວເດີນທາງມາຢ້ຽມຍາມ ແລະ ເຮັດວຽກຮ່ວມກັບສະຫະພັນກຳມະບານ ແຂວງຫົວພັນ.