Share
0
ໃນວັນທີ 12 ກັນຍາ 2022 ທີ່ຫ້ອງຮັບແຂກສູນກາງສະຫະພັນກຳມະບານລາວ ກົມພົວພັນຕ່າງປະເທດໄດ້ເຂົ້າຮ່ວມຕິດຕາມ ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ເປັນກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ສະກັອດ ແມັກດິນ ຫົວໜ້າ ສະຫະພັນກຳມະບານຂະແໜງການຄົມມະນາຄົມ-ຂົນສົ່ງສາກົນ ປະຈຳປະເທດອົດສະຕຣາລີ ນຳພາໂດຍ ອົງການອາຟີດາ ປະຈຳລາວ ຈຸດປະສົງແມ່ນເພື່ອປຶກສາຫາລື ສ້າງຄວາມເຂົ້າໃຈ,ທິດທາງການຮ່ວມມື,ການສຶກສາຄວາມເປັນໄປໄດ້ການສ້າງຕັ້ງກຳມະບານຢູ່ບັນດາຂະແໜງການຄົມມະນາຄົມຂົນສົ່ງ ຢູ່ໃນ ສປປ ລາວ ເຊັ່ນ: ການບິນ, ຂົນສົ່ງ, ທາງລົດໄຟ ເປັນຕົ້ນ.
Share
0