ກົມພົວພັນຕ່າງປະເທດ ສູນກາງສະຫະພັນກຳມະບານລາວ ຮ່ວມກັບອົງການມູນນິທິພິທັກສະຕຼີແຫ່ງປະເທດໄທ (AAT) ຈັດຝຶກອົບຮົມວຽກງານຄູຝຶກແບບມີສ່ວນຮ່ວມ ໃຫ້ກັບຄະນະຈັດຕັ້ງພະນັກງານໂຄສະນາເພື່ອກະກຽມເຄື່ອນໄຫວແຜນກິດຈະກຳຂອງໂຄງການຮ່ວມມືລະຫວ່າງສູນກາງສະຫະພັນກຳມະບານລາວ ແລະ ອົງການມູນລະນິທິພິທັກສະຕຼີແຫ່ງປະເທດໄທ (ໂຄງການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຈາກການຕ້ານການຄ້າມະນຸດ) ໃນລະຫວ່າງວັນທີ 28-30 ກັນຍາ 2022 ຢູ່ເມືອງວັງວຽງ ແຂວງວຽງຈັນ. ເຂົ້າຮ່ວມມີທ່ານ ດຣ ພູວົງ ຝາກເຜືອງໃຈ ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຫົວໜ້າກົມພົວພັນຕ່າງປະເທດ, ຜູ້ຕາງໜ້າອົງການ AAT, ວິທະຍາກອນ, ສຳມະນາກອນ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.